ພາກສະເໜີ


ການຟື້ນຟູພື້ນທີ່ດິນທີ່ເສື່ອມໂຊມແມ່ນຄວາມກັງວົນຂອງໂລກ. ເພື່ອປັບປຸງປະສິດທິຜົນຂອງການຟື້ນຟູປ່າ, D4R ຖືກພັດທະນາຂຶ້ນເພື່ອຊ່ວຍໃນການເລືອກຊະນິດພັນທີ່ເໝາະສົມ ແລະ ລະບຸແຫຼ່ງເມັດພັນສຳລັບພື້ນທີ່ໂຄງການທີ່ກຳນົດໄວ້ ເພື່ອໃຫ້ບັນລຸຈຸດປະສົງການຟື້ນຟູທີ່ຕ້ອງການ. D4R ຍັງຄໍານຶງເຖິງການປ່ຽນແປງຂອງດິນຟ້າອາກາດໃນເວລາເລືອກວັດຖຸດິບທີ່ເໝາະສົມ, ແລະລວມເອົາຂໍ້ມູນກ່ຽວກັບການຂະຫຍາຍພັນຂອງຕົ້ນໄມ້ຫຼາຍຮ້ອຍຊະນິດ.

ມັນເຮັດວຽກແນວໃດ

  1. ໃນຂັ້ນຕອນທໍາອິດ, ຜູ້ໃຊ້ໄດ້ຮັບເຊີນໃຫ້ລະບຸພື້ນທີ່ທີ່ຈະຟື້ນຟູໃນແຜນທີ່ທີ່ສະແດງພື້ນທີ່ທີ່ຖືກລວມເຂົ້າໃນເຄື່ອງມື D4R. ແຜນທີ່ເຫຼົ່ານີ້ສະແດງຈໍານວນຊະນິດພັນຕົ້ນໄມ້ທີ່ຄາດວ່າຈະສາມາດຢູ່ລອດໄດ້ພາຍໃຕ້ສະພາບອາກາດໃນປັດຈຸບັນແລະໃນອະນາຄົດ, ອີງຕາມຜົນຂອງການຈໍາລອງຄວາມເໝາະສົມ, ເຊິ່ງສະແດງໃຫ້ເຫັນໂດຍໃຊ້ລະດັບຈາກສີຂຽວ (ຈໍານວນຊະນິດພັນຕົ້ນໄມ້ໜ້ອຍ) ຫາສີແດງ (ຈໍານວນສູງ).
  2. ຕໍ່ໄປ, ຜູ້ໃຊ້ຈະຖືກຂໍໃຫ້ຕື່ມແບບຟອມອອນລາຍພ້ອມຂໍ້ມູນກ່ຽວກັບເງື່ອນໄຂຂອງພື້ນທີ່ເປົ້າໝາຍສຳລັບການຟື້ນຟູ, ຈຸດປະສົງຂອງການຟື້ນຟູ ແລະທາງເລືອກເພີ່ມເຕີມ, ເຊັ່ນ: ຈໍານວນ ແລະປະເພດຂອງຊະນິດພັນທີ່ຜູ້ໃຊ້ຕ້ອງການປູກ.

    ເຄື່ອງມືຈະເລືອກຊະນິດພັນຈາກບັນຊີລາຍຊື່ຊະນິດພັນໄມ້ທີ່ເປັນໄປໄດ້ທີ່ເໝາະສົມກັບທ້ອງຖິ່ນຂອງພື້ນທີ່ປູກພາຍໃຕ້ສະພາບອາກາດໃນປັດຈຸບັນ ແລະໃນອະນາຄົດ. ຜູ້ໃຊ້ສາມາດລະບຸຍຸດທະວິທີການນຳໃຊ້ຊັບພະຍາກອນຂອງຊະນິດພັນໄດ້ (ຊະນິດພັນທີ່ດູດຊຶມໄດ້ໄວ ທຽບກັບ ຊະນິດພັນທີ່ດູດຊຶມໄດ້ຊ້າ). ນອກຈາກນັ້ນ, ທ່ານຍັງສາມາດຈຳກັດຈຳນວນຊະນິດພັນທີ່ໃຊ້ດ້ວຍຕົນເອງ, ເຊັ່ນ: ຈຳກັດເຄື່ອງມືໃຫ້ພິຈາລະນາສະເພາະຊະນິດພັນຈາກບັນຊີລາຍຊື່ທ້ອງຖິ່ນ, ຫຼືຍົກເວັ້ນຊະນິດພັນຕ່າງຖິ່ນ.

    ເພື່ອເລືອກບັນດາຊະນິດພັນທີ່ເໝາະສົມ, ເຄື່ອງມືນີ້ ຈະຄັດເລືອກຄຸນລັກສະນະໜ້າທີ່ຂອງຊະນິດພັນຕົ້ນໄມ້ເຫຼົ່ານັ້ນທີ່ອີງຕາມແບບຈໍາລອງຄວາມເໝາະສົມແມ່ນຖືກຄາດຄະເນວ່າຈະສາມາດຄົງຢູ່ໄດ້ໃນພື້ນທີ່ທີ່ເລືອກ ແລະຈັດອັນດັບພວກມັນຕາມໂປຣໄຟລ໌ຄຸນລັກສະນະທີ່ສອດຄ່ອງກັບຈຸດປະສົງການຟື້ນຟູທີ່ສຸດ ແລະໃຫ້ການຕ້ານທານກັບສະພາບຄວາມຄຽດຂອງທ້ອງຖິ່ນ. ໂດຍຄຸນລັກສະນະໜ້າທີ່, ພວກເຮົາໝາຍເຖິງຄຸນລັກສະນະທາງຊີວະພາບ (ຄຸນລັກສະນະທາງສັນຖານວິທະຍາ, ສະລີລະວິທະຍາ ແລະການຂະຫຍາຍພັນ ແລະອື່ນໆ) ແລະຄຸນລັກສະນະທີ່ບໍ່ແມ່ນຊີວະພາບ (ເຊັ່ນ: ຊະນິດພັນໄມ້, ສະຖານະພາບການອະນຸລັກຕາມ IUCN, ແລະອື່ນໆ). ເຄື່ອງມືດັ່ງກ່າວນີ້ ປະກອບດ້ວຍວິທີການປັບປຸງປະສິດທິພາບທີ່ສູງສຸດໃຫ້ກັບຄວາມຫຼາກຫຼາຍດ້ານໜ້າທີ່ຂອງຊະນິດພັນທີ່ແນະນຳ ພ້ອມທັງຄວາມເໝາະສົມກັບຈຸດປະສົງການຟື້ນຟູທີ່ກຳນົດໄວ້ ແລະການຕ້ານທານກັບສະພາບຄວາມຄຽດຂອງທ້ອງຖິ່ນ.
  3. ສຸດທ້າຍ, ເຄື່ອງມືຈະສ້າງຂໍ້ມູນກ່ຽວກັບບັນດາຊະນິດພັນຕົ້ນໄມ້ທີ່ຄາດວ່າຈະສາມາດປັບຕົວເຂົ້າກັບສະພາບແວດລ້ອມພາຍໃຕ້ສະພາບອາກາດໃນປັດຈຸບັນແລະໃນອະນາຄົດ. ເຄື່ອງມືດັ່ງກ່າວຈະສ້າງທາງເລືອກບັນດາຊະນິດພັນໄມ້ທີ່ຫລາກຫຼາຍ ຕັ້ງແຕ່ການເນັ້ນຄວາມຫຼາກຫຼາຍຫຼາຍຂຶ້ນໄປຈົນເຖິງການເນັ້ນຄວາມເໝາະສົມຂອງຊະນິດພັນຫຼາຍຂຶ້ນສຳລັບຈຸດປະສົງການຟື້ນຟູທີ່ເລືອກ ແລະການຕ້ານທານກັບສະພາບຄວາມຄຽດຂອງທ້ອງຖິ່ນ. ແຜນທີ່ເຂດກະຈາຍແນວພັນໄມ້ຖືກສ້າງຂຶ້ນເພື່ອຊີ້ບອກວ່າວັດສະດຸປູກຄວນຈະໄດ້ມາຈາກພື້ນທີ່ໃດ. ແນວຄິດຄືສໍາລັບແຕ່ລະຊະນິດພັນ, ວັດສະດຸປູກແມ່ນໄດ້ມາຈາກທັງພືດທ້ອງຖິ່ນຫຼືພືດທີ່ເຕີບໃຫຍ່ພາຍໃຕ້ສະພາບແວດລ້ອມທີ່ຄ້າຍຄືກັນກັບພື້ນທີ່ປູກ, ເຊັ່ນດຽວກັນກັບພືດທີ່ເຕີບໃຫຍ່ຢູ່ໃນພື້ນທີ່ທີ່ມີສະພາບແວດລ້ອມທີ່ຄ້າຍຄືກັນທີ່ສຸດກັບສິ່ງທີ່ຄາດວ່າຈະເກີດຂຶ້ນໃນພື້ນທີ່ປູກໃນອະນາຄົດ.
  4. ຜົນໄດ້ຮັບຈະແດງເປັນລາຍງານໃຫ້ແກ່ຜູ້ໃຊ້ ຊີ່ງສາມາດດາວໂຫຼດໂດຍກົງ ຫຼືໄດ້ຮັບທາງອີເມວ. ລາຍງານມີຈຸດປະສົງເພື່ອໃຊ້ເປັນຄູ່ມືສຳລັບການເລືອກຊະນິດພັນ ແລະແຫຼ່ງແນວພັນໄມ້ທີ່ເໝາະສົມສຳລັບການຟື້ນຟູພື້ນທີ່ທີ່ລະບຸໄວ້. ວິທີການຂະຫຍາຍພັນຂອງຊະນິດພັນສະເພາະສາມາດດາວໂຫຼດໄດ້ຜ່ານ hyperlinks. ນອກຈາກນີ້ ຍັງມີ ຕົວຊີ້ວັດທີ່ແນະນໍາສຳລັບການຕິດຕາມຜົນສໍາເລັດຂອງການຟື້ນຟູ ອີກດ້ວຍ.